ຂັບລໍາຫຼວງພະບາງ: ອ່ານໜັງສື
oulaypheth PHONGSAVANH oulaypheth PHONGSAVANH
10.9K subscribers
56,342 views
345

 Published On Nov 25, 2018

ອ່ານໜັງສືເປັນກອນລໍາພື້ນເມືອງປະເພດໜຶ່ງຂອງຊາວຫຼວງພະບາງ. ໂດຍສ່ວນໃຫຍ່ມີເນື້ອໃນເຖິງການກ້ຽວພາລາສີລະຫວ່າງບ່າວສາວ, ການເຮັດບຸນທໍາທານ, ສັງສອນລູກຫຼານ...ດັ່ງນັ້ນ, ກອນລໍາອ່ານໜັງສືຈຶ່ງເປັນທີ່ນິຍົມທົ່ວໄປໃນແຕ່ກ່ອນ. ຄົນເຮົາໃນເມື່ອກ່ອນມັກຂັບລໍາໃນເວລາມີບຸນມີງານ ຫຼື ແມ້ກະທັ້ງຍາມເຮັດວຽກເຮັດການ ເຮັດໄຮ່ໄຖນາ ເກັບຜັກຫັກໜໍ່ ຫຼື ເວລາຫວ່າງໆຢູ່ຜູ້ດຽວກໍມັກຮ້ອງ. ແຕ່ໃນປັດຈຸບັນນີ້ກອນລໍາດັ່ງກ່າວມັກຖືກໃຊ້ໃນພິທີກໍາທາງສາດສະໜາ ແລະ ຮີດບ້ານຄອງເມືອງເຊັ່ນ ການເຮັດບຸນທານ, ເຮັດບຸນບ້ານດ, ບຸນວັດ...ເຊິ່ງຈະມີຄະນະວົງດົນຕີພື້ນເມືອງຕ່າງໆ ແຕ່ຜູ້ທີ່ຮ້ອງເປັນໂດຍສ່ວນໃຫຍ່ແມ່ນຄົນເຖົ້າຄົນແກ່. ດັ່ງນັ້ນ ເພື່ອອະນຸລັກຮັກສາສີລະປະວັດທະນະທໍາການຮ້ອງລໍາແບບນີ້ຂ້າພະເຈົ້າຈຶ່ງໂພສບົດເພງນີ້ລົງ Youtube ເພື່ອຄົນຮຸ່ນຫຼັງໄດ້ສຶກສາ ແລະ ຮຽນຮູ້.

show more

Share/Embed