ແຍງ ( แยง ) TAIY AKARD X SOPHANA X TEMPLE-BOY [ OFFICIAL MUSIC VIDEO 4K ]
TAIY AKARD TAIY AKARD
188K subscribers
107,038 views
2K

 Published On Jun 14, 2024

TAIY AKARD
ແຍງ ( แยง ) TAIY AKARD X SOPHANA X TEMPLE-BOY OFFICIAL
https://bfan.link/TAIY-AKARD-ແຍງ-แยง
Song: ແຍງ
Artist: TAIY AKARD SOPHANA TEMPLE-BOY
Lyrics: KHOUNKHAM SITTIYOM ( TAIY AKARD ) TEMPLE-BOY
Composer: TAJJ
Mixing and Mastering: Sam Intharaphithak


FOLLOW FOR MORE TAIY AKARD

Facebook:  / taiyakardd  
Instagram:   / taiy_akard  
TIKTOK: https://vt.tiktok.com/ZSJ2hSfqj/


ເນື້ອເພງ: ແຍງ

ໂສພະນາ
ນ້ອງສາວເຈົ້ານັ້ນເປັນຄົນບ້ານໃດ ອ້າຍໄດ້ເຫັນເຈົ້າແລ້ວອ້າຍນັ້ນກໍ່ຢາກຢູ່ໃກ້
ໃບໜ້າຂອງເຈົ້າມັນເຮັດໃຫ້ອ້າຍຫຼົງໄຫຼ ຮອຍຍີ້ມຂອງເຈົ້ານັ້ນມັນຈັ່ງແມ່ນສົດໄສ
ພຽງເຈົ້າຫຼຽວມາອ້າຍກະແທບລະລາຍ ໂຕອ້າຍມັນກະແທບລະລາຍ
ຫົວໃຈຈະວາຍ ໃຈຈະວາຍ

ແມ່ຂ້ອຍຄົງຢາກໄດ້ເຈົ້າເປັນລູກໄພ
ຂ້ອຍຕ້ອງເຮັດແນວໃດຢາກໄດ້ເຈົ້າມາຢິ່ໃກ້
ທັງຊີວິດຕອນນີ້ຂ້ອຍກໍ່ຍັງບໍ່ມີໃຜ
ຂ້ອຍຢາກໄດ້ເຈົ້ານັ້ນມາຄຽງຂ້າງກາຍ
Everything it's gonna be alright
ຖ້າໄດ້ເຈົ້ານັ້ນມາຢູ່ໃກ້ໆ ເປັນຄົນຂອງໃຈ ຄົນຂອງໃຈ

ຕ່າຍ ອາກາດ
ເຈົ້າເຮັດໃຫ້ຂ້ອຍລະລາຍ
ພຽງເຈົ້າຍີ້ມໂລກນີ້ມັນຊ່າງສົດໄສ
ທ້ອງຟ້ານັ້ນເປັ່ງປະກາຍ
ເໝືອນຊີວິດໃນຕອນນີ້ມັນໄດ້ພົບເຈົ້າແລ້ວມີຄວາມໝາຍ

ຕ່າຍ ອາກາດ
ໜ້າຮັກເຈົ້າຂ້ອຍນັ້ນແຍງ ເຈົ້າເປັນຕາແພງ
ແກ້ມສອງຂ້າງເຈົ້າແດງໆ ຂ້ອຍເລີຍຢາກແຍງແຍງແຍງ
ເຈົ້າແປັນຕາແພງແພງແພງ
ໂອນ້ອງແກ້ມແດງອ້າຍນີ້ຫຼົງຮັກເຈົ້າແຮງ

ມາເປັນແຟນຂ້ອຍນຳແນ່ ເປັນລູກໄພ້ອີ່ແມ່
ໃຫ້ຂ້ອຍຢູ່ນຳເຈົ້າແນ່ ຂ້ອຍຢາກຈະໃກ້ຊິດ
ກະຢາກໄດ້ເຈົ້ານັ້ນມາເປັນຄູ່ຊີວິດ
ຢາກໃຫ້ເຈົ້າເປັນຄົນທີ່ຂ້ອຍນັ້ນໄດ້ນອນຕິດ
ກີນຕິດ ຢູ່ຕິດ ນັ່ງຕິດ ໃກ້ຊິດ ຈັ່ງແມ່ນຂ້ອຍຕິດເຈົ້າແຮງ
ເຈົ້າເປັນຕາແພງ ຂ້ອຍເລີຍຢາກແຍງໆ

ແທມໂປບອຍ
ຄົນດີລະສິວ່າຈັງໃດ ຖ້າຢາກມີເຈົ້າຢູ່ຂ້າງກາຍເອົາໄວ້ກອດ
ຢາກໄປຫາຄືນນີ້ Tonight ອ້າຍເວົ້າອິຫຼີເດີ້ອີ່ນາງບໍ່ໄດ້ຢອກ
ຝັນວ່າເຈົ້າເປັນເຈົ້າສາວໃນງານວີວາເຕັ້ນລຳ
ຖ້າຫາກເປັນຈິງດັງຫວັງ ເປັນເຈົ້າຄົນງານນັ້ນຄົງດີ

ຕ່າຍ ອາກາດ
ແມ່ຂ້ອຍຄົງຢາກໄດ້ເຈົ້າເປັນລູກໄພ
ຂ້ອຍຕ້ອງເຮັດແນວໃດຢາກໄດ້ເຈົ້າມາຢິ່ໃກ້
ທັງຊີວິດຕອນນີ້ຂ້ອຍກໍ່ຍັງບໍ່ມີໃຜ
ຂ້ອຍຢາກໄດ້ເຈົ້ານັ້ນມາຄຽງຂ້າງກາຍ
Everything it's gonna be alright
ຖ້າໄດ້ເຈົ້ານັ້ນມາຢູ່ໃກ້ໆ ເປັນຄົນຂອງໃຈ ຄົນຂອງໃຈ

ໂສພະນາ
ໄດ້ພົບເຈົ້າຂ້ອຍມີຄວາມສຸກແທ້ເດ້
ຍັງບໍ່ໄດ້ເມົາແຕ່ຂ້ອຍກໍ່ຍ່າງໂຊເຊ
ຫົວໃຈຂອງຂ້ອຍມັນລ່ອງລອຍ ໂລເລ
ຄວບຄຸມຕົວເອງນັ້ນບໍ່ ໄດ້ເລີຍ

ຖືກຄວາມໜ້າຮັກຂອງເຈົ້ານັ້ນມາສະກົດ
ເໝືອນເຈົ້າມີມົນວິເສດທີ່ເຮັດໃຫ້ຂ້ອຍຕ້ອງຢຸດ
ຕອນເຈົ້ານັ້ນເດີນກາຍ ຕອນເຈົ້ານັ້ນເດີນກາຍ

ຕ່າຍ ອາກາດ
ເຈົ້າເຮັດໃຫ້ຂ້ອຍລະລາຍ
ພຽງເຈົ້າຍີ້ມໂລກນີ້ມັນຊ່າງສົດໄສ
ທ້ອງຟ້ານັ້ນເປັ່ງປະກາຍ
ເໝືອນຊີວິດໃນຕອນນີ້ມັນໄດ້ພົບເຈົ້າແລ້ວມີຄວາມໝາຍ

ຕ່າຍ ອາກາດ
ໜ້າຮັກເຈົ້າຂ້ອຍນັ້ນແຍງ ເຈົ້າເປັນຕາແພງ
ແກ້ມສອງຂ້າງເຈົ້າແດງໆ ຂ້ອຍເລີຍຢາກແຍງແຍງແຍງ
ເຈົ້າແປັນຕາແພງແພງແພງ
ໂອນ້ອງແກ້ມແດງອ້າຍນີ້ຫຼົງຮັກເຈົ້າແຮງ
ມາເປັນແຟນຂ້ອຍນຳແນ່ ເປັນລູກໄພ້ອີ່ແມ່
ໃຫ້ຂ້ອຍຢູ່ນຳເຈົ້າແນ່ ຂ້ອຍຢາກຈະໃກ້ຊິດ
ໂສພະນາ
ກະຢາກໄດ້ເຈົ້ານັ້ນມາເປັນຄູ່ຊີວິດ
ຢາກໃຫ້ເຈົ້າເປັນຄົນທີ່ຂ້ອຍນັ້ນໄດ້ນອນຕິດ
ກີນຕິດ ຢູ່ຕິດ ນັ່ງຕິດ ໃກ້ຊິດ ຈັ່ງແມ່ນຂ້ອຍຕິດເຈົ້າແຮງ
ເຈົ້າເປັນຕາແພງ ຂ້ອຍເລີຍຢາກແຍງໆ

#TAIYAKARD #SOPHANA #TEMPLEBOY #ແຍງ

show more

Share/Embed